ເກີດການລະບາດຂອງພະຍາດອະຫິວາຢູ່ຊູດັງເຮັດໃຫ້ມີຜູ້ເສຍຊີວິດແລ້ວ 299 ຄົນ
ຕາມຂ່າວສານຊິນຮວາລາຍງານວັນທີ 3 ມີນາ ນີ້,ໂດຍອີງຕາມອົງການອະນາໄມໂລກໄດ້ເປີດເຜີຍບົດລາຍງານກ່ຽວກັບໂລກອະ
ຫິວາຢູ່ຊີດັງ ໂດຍລະບຸວ່າ: ນັບແຕ່ຊູດັງເກີດພະຍາດອະຫິວາລະບາດເປັນບໍລິເວນກວ້າງຂວາງເມື່ອ ເດືອນ ກັນຍາ ປີ 2023 ເປັນຕົ້ນ
ມາ, ຢູ່ປະເທດດັ່ງກ່າວໄດ້ລາຍງານມີຜູ້ຕິດພະຍາດອະຫິວາຫຼາຍກວ່າ 10.800 ກໍລະນີແລ້ວ, ໃນນັ້ນມີຜູ້ເສຍຊີວິດ 299 ຄົນ.
ບົດລາຍງານແຈ້ງຕື່ມວ່າ: ອົງການອະນາໄມໂລກພວມຮ່ວມມືກັບກະຊວງສາທາລະນະສຸກຊູດັງຢ່າງໃກ້ຊິດ ໂດຍດຳເນີນການ
ເຄື່ອນໄຫວສັກວັກຊິນຂະໜາດໃຫຍ່ຢູ່ຊູດັງ ທັງສະໜອງອຸປະກອນປ້ອງກັນຕົວໃຫ້ແກ່ພະນັກງານການແພດ ແລະ ໃຫ້ການຊີ້ນຳດ້ານ
ເຕັກນິກ, ນອກນີ້ຍັງມີແຜນຈະອົບຮົມພະນັກງານການແພດຈຳນວນ 280 ຄົນຢູ່ 4 ລັດຂອງຊູດັງ. ຂ່າວລາຍງານຕື່ມວ່າ: ວັນທີ 15
ເມສາ 2023, ກຳລັງປະກອບອາວຸດຂອງຊູດັງກັບກຳລັງຊ່ວຍໜູນເຄື່ອນທີ່ໄວໄດ້ເກີດການປະທະກັນດ້ວຍກຳລັງອາວຸດ, ຈາກນັ້ນ
ໄດ້ລຸກລາມໄປຮອດເຂດແຄວ້ນອື່ນໆ ແລະ ສືບຕໍ່ໆກັນມາຈົນຮອດປັດຈຸບັນ.
ອີງຕາມຕົວເລກສະຖິຕິຈາກອົງການອະນາໄມໂລກສະແດງໃຫ້ເຫັນວ່າ: ໂດຍໄດ້ຮັບຜົນກະທົບຈາກການປະທະກັນ, ປັດຈຸບັນ,
ອົງການສາທາລະນະສຸກ 70%-80% ຂອງຊູດັງໄດ້ຍຸດຕິການເຄື່ອນໄຫວ, ເຮັດໃຫ້ປະຊາກອນທົ່ວປະເທດຊູດັງຫຼາຍກວ່າ 65% ບໍ່
ສາມາດໄດ້ຮັບການບໍລິການດ້ານການແພດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/03/2024